* ກາຍະກັມມັງ ວະຈີກັມມັງ ມະໂນກັມມັງ ສັພພະປາປັງ ພຸທທັງ ອະໂຫສິ, ກາຍະກັມມັງ ວະຈີກັມມັງ ມະໂນກັມມັງ ສັພພະປາປັງ ທັມມັງ ອະໂຫສິ, ກາຍະກັມມັງ ວະຈີກັມມັງ ມະໂນກັມມັງ ສັພພະປາປັງ ສັງຄັງ ອະໂຫສິ, ກາຍະກັມມັງ ວະຈີກັມມັງ ມະໂນກັມມັງ ສັພພະປາປັງ ມາຕາປິຕຸນັງ ອະໂຫສິ, ກາຍະກັມມັງ ວະຈີກັມມັງ ມະໂນກັມມັງ ສັພພະປາປັງ ຄຣູອຸປັຊຊາ ອາຈາຣິຍານັງ ອະໂຫສິ, ກາຍະກັມມັງ ວະຈີກັມມັງ ມະໂນກັມມັງ ສັພພະປາປັງ ໄຕຣສິກຂາຄຸນານັງ ອະໂຫສິ.
* ເນື່ອງໃນໂອກາດ ວາລະດິຖີ ສັງຂານຂຶ້ນປີໃໝ່ນີ້ ໃນນາມລາຍການສະຕິມາປັນຍາເກີດ ແລະ ສ່ວນໂຕຂອງຂ້ານ້ອຍ, ອາດຕະມາ ຂໍນ້ອມໄຫວ້ພຣະພຸດທະເຈົ້າຕັ້ງແຕ່ສົມເດັດອົງປະຖົມຈົນເຖິງອົງປະຈຸບັນ ບໍຣົມມະຫາຈັກກະພັດທຸກພຣະອົງ ບາຣະມີລວມພຣະປັດເຈກ ພຣະໂພທິສັດ ພຣະທັມ ແລະພຣະອະຣິຍະສົງຄ໌ ທັງຫຼາຍ ອະຣິຍະລືສີ ອະຣິຍະບັງບົດ ອະຣິຍະບຸຣະພະມະຫາກະສັຕຣິຍ໌ ການນຳ ທຸກອົງ ທ່ານ ທີ່ມີສີລາຈາຣິຍະວັດງົດງາມ ບໍ່ດຳ ບໍ່ດ່າງ ບໍ່ຂາດ ບໍ່ຫ້ຽນ ສົມບູນ ໃນອະຣິຍະມັຄຄືອົງແປດປະການ, 16 ຊັ້ນຟ້າ 15 ຊັ້ນດິນ 14 ຊັ້ນບາດານ 8 ພື້ນພິພົບ ໃນສາມແດນໂລກກະທາຕຸ ແລະ ທີ່ ຄະນະສົງໃນລາຍການ, ຂ້ານ້ອຍ, ອາດຕະມາ ໄດ້ບຳເພັນບຸນກຸສົນຄົບຖ້ວນໃນບາຣະມີ 10 ມາດີແລ້ວ ຈົ່ງອຳນວຍອວຍພອນແດ່ທຸກໆອົງ ທຸກໆທ່ານ ໃຫ້ຈະເລີນດ້ວຍ ອາຍຸ ວັນນະ ສຸຂະ ພະລະ ປະຕິພານ ທະນະສານສົມບັດ ທັມມະສານສົມບັດ (ມະນຸສສົມບັດ ສວັນສົມ ໃນການວຽນໄປມາໃນສັງສາຣະວັດ) ທຸກທິວາລາຕີການ ຈົນໃນທີ່ສຸດປະຕິບັດສົມບູນດີແລ້ວ ໄດ້ເຂົ້າສູ່ວຽງແກ້ວກ່າວແລ້ວ ຄື ນິພພານສົມ ດ້ວຍເທີ້ນ
ວັນທີ 18 ເມສາ 2562 (2020) ສະຕິມາປັນຍາເກີດ.
0 Comments
Post a Comment