ຮູບແບບການດໍາເນີນລາຍການ “ ເປັນແບບສົນທະນາຖາມຕອບແລະເປີດໂອກາດໃຫ້ຜູ້ຟັງທາງບ້ານໄດ້ໂທເຂົ້າມາຖາມບັນຫາ ທີ່ຂ້ອງຄາໃຈ ” ມີພຣະສົງທັງໝົດ 12 ຮູບ ແລະ ແມ່ ຂາວ 2 ຮູບ.
ຈຸດປະສົງຂອງລາຍການ “ ເພື່ອຂັບເຄື່ອນພຣະພຸທທະສາສະນາເໝືອນກົງລໍ້ແຫ່ງທັມມະຈັກ ສ້າງພະລັງແຫ່ງຄວາມເມດຕາໃຫ້ເກີດຂຶ້ນແກ່ມວນມະນຸສສະຍະຊາດ ສາມາດດຳລົງຊີວິຕຢູ່ໃນໂລກໄດ້ຢ່າງຮູ້ເທົ່າທັນທຸກບັນຫາ ຢູ່ຮ່ວມກັນຢ່າງມີສັນຕິສຸຂ ”
ຄໍາຂວັນລາຍການ “ ຖ້າທ່ານທຸກເພາະໂສກເສົ້າ ເຫງົາເພາະວຸ້ນວາຍ ຖ້າຢາກຫາຍຫັນມາຟັງລາຍການສະຕິມາປັນຍາເກີດ ”
ວິໄສທັດລາຍການ “ ສອນໃຫ້ເບີ່ງໂລກແບບພາຍໃນຕາມພຣະສາສະດາ ເພື່ອໃຫ້ພັດທະນາ ກາຍ ວາຈາ ໃຈ ໂດຍໃຊ້ ຫລັກໄຕຣສິກຂາ ໃນເບື້ອງຕົ້ນ ເພື່ອໃຫ້ທຸກຄົນຮູ້ເທົ່າທັນປັຈຈຸບັນ
* ເລີ່ມແຕ່ວັນທີ 5 ເມສາ 2020 ເປັນຕົ້ນຈະໄດ້ຣີລັນ ສຽງທັມມະຂອງຄູອາຈາຣ ທີ່ໄດ້ອອກອາກາດໄປແລ້ວ ຜ່ານທາງເພຈລາຍການ ໃນມທຸກໆມື້ ເວລາ 20:30 pm ນິມົນ ແລະ ຈະເລີນພອນຮັບຟັງໄດ້
0 Comments
Post a Comment