ໃນຊ່ວງທີ່ ເຊື້ອໄວຣັສ Covid-19 ກຳລັງລະບາດຫນັກທົ່ວໂລກ ແລະ
ປະເທດຫນືງທີ່ຫນ້າເປັນຫ່ວງ ກໍ່ຄື ປະເທດອິນເດຍ ເຊີ່ງມາເຖີງ ປັດຈຸບັນນີ້ ອັບເດດລ່າສຸດ
ອິນເດຍ ມີຍອດຜູ້ຕິດເຊື້ອຕໍ່ມື້ສູງອັນດັບຫນື່ງ ແລະ
ມີຍອດຜູ້ຕິດເຊື້ອຫລາຍເປັນອັນອັບ 3 ຂອງໂລກ.
ໂຊກດີເມື່ອປະມານ
ຕົ້ນເດືອນ ມິຖຸນາ ມີເຈົ້າສັດທາ ຊົມຣົມຄົນຣັກດີ ດັ່ງ ໂພສ ໃນເຟສບຸກວ່າ
ຂໍອະນຸໂມທະນາບຸນ ຊົມຣົມຄົນຮັກດີ ທີ່ໄດ້ເປັນຕົວແທນ ສາຍບຸນ ຖວາຍປັດໄຈ 1,2 ລ້ານບາດ
(ຫນື່ງລ້ານສອງແສນບາດ) ຖວາຍແດ່ ຄະນະສົງສາມະເນນ ໄດ້ກັບປະເທດລາວ
ພ້ອມໄດ້ຊ່ວຍເຫລືອພີ່ນ້ອງຊາວລາວໄດ້ມີໂອກາດກັບປະເທດບ້ານເກີດຂອງຕົນເອງ “ຢູ່ໃສ່ກໍ່ບໍ່ສຸກໃຈເທົ່າບ້ານເຮົາ”
ວະລີນີ້ຍັງໃຊ້ໄດ້ສະເຫມີ ຂໍອະນຸໂມທະນາບຸນຄຸນໂຍມຊົມຣົມຄົນຣັກດີ
ທີໄດ້ຮ່ວມເປັນສະພານບຸນໃນການອຸປະຖາກຄະນະສົງຕະຫລອດມາ ແລະ
ອະນຸໂມທະນາບຸນແທນພີ່ນ້ອງຊາວລາວທີ່ໄດ້ມີໂອກາດກັບປະເທດລາວທຸກທ່ານ
ຂໍໃຫ້ຜູ້ທີ່ໄດ້ຮ່ວມບຸນໃນຄັ້ງນີ້ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນມີສຸຂະພາບທີ່ແຂງແຮງລ່ຳລວຍດ້ວຍຊັບສົມບັດ
ຢ່າເຈັບຢ່າຈົນ ທຳການສິ່ງໃດ່ຂໍໃຫ້ບັນລຸສຳເລັດຫນ້າທີ່ການງານຈະເລີນກ້າວຫນ້າດວ້ຍເທີດ
ສາທຸ ສາທຸ ສາທຸ
ຈາກການສອບຖາມພຣະນິລັນດອນ
ຫນື່ງໃນພຣະສົງລາວຮູບຫນື່ງທີ່ຂື້ນຍົນຈາກອິນເດຍມານະຄອນຫລວງວຽງຈັນ ກ່າວວ່າ
ມີຄະນະມາພ້ອມກັນ 67
ຮູບ/ຄົນ ເປັນພຣະສົງສາມະເນນ 42 ຮູບ ອຸປາສົກ (ພໍ່ອອກ) 13 ຄົນ
ອຸປາສິກາ (ແມ່ອອກ) 12
ຄົນ.
ຫລັງຈາກພຣະສົງລາວ
ແລະ ຄະນະ ມາເຖີງປະເທດລາວ ໄດ້ມາພັກພາອາໄສຢູ່ໃນສູນ ທີ່ຫຼັກ 27 ເປັນເວລາ 14 ວັນ
ຕາມມາດຕະການປ້ອງກັນການແຜ່ລະບາດຂອງໂຄວິດ 19 ຈື່ງໄດ້ຮັບການອະນຸຍາດໃຫ້ເດີນທາງກັບພູມລຳເນົາຂອງຕົນ
ຕາມອັດຖະຍາໄສ.
ຄະນະກຳລັງກຽມໄປຂື້ນເຄື່ອງບິນ
0 Comments
Post a Comment