ມື້ນີ້ໄດ້ເລີກງາມຍາມດີ ນຳໂດຍ ພຣະອາຈານ ສີສຸກ ສະເຫຼີມຄຸນ ຫົວຫນ້າຫນ່ວຍງານສື່ແລະ ປະຊາສັມພັນຂອງກັມມາທິການເຜີຍແຜ່ ສີລະທັມ ແລະ ປະຕິບັດກັມມະຖານສູນກາງ (ອພສ),ຜູ້ອຳນວຍການສ້າງ,ທີມງານການຜະລິດ ແລະ ນັກສະແດງ ຮ່ວມພິທີເປີດກອງຖ່າຍ ຮູບເງົາສັ້ນ ເລື່ອງ ແມ່ຂ້ອຍ ທີ່ ຫ້ອງການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານສູນກາງ.

ໃນພິທີ ທີມງານ ແລະ ນັກສະແດງ ຮ່ວມຟັງສູດພຣະປະຣິດຕະມຸງຄຸນ ຮັບພອນ,ສູ່ຂວັນ ຈາກ ພຣະອາຈານ ມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສຳພັນລາວ  ເມດຕາຮັບນິມົນ ເປັນປະທານໃນພິທີ ເພື່ອຄວາມສຸກ ຄວາມຈະເລີນຮຸ່ງເຮື່ອງ ຂອງຜູ້ກຳກັບ,ຜູ້ອຳນວຍການສ້າງ ແລະ ນັກສະແດງ ແລະ ເພື່ອຄວາມສຳເລັດ ປາດສະຈາກອຸປະສັກໃນການຜະລິດ.

ການສ້າງຮູບເຫງົາ ຖືເປັນພາລະບົດບາດ,ສິດ ແລະ ຫນ້າທີ່ 1 ຂອງຫນ່ວຍງານສື່ ແລະ ປະຊາສຳພັນ ຂອງ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ດັ່ງທີ່ພຣະອາຈານໃຫຍ່ ສີທົນໄຊຍະວົງສອນ ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ໃຫ້ສຳພາດ ກັບ ທຊລ ຊ່ອງ 1 ເນື່ອງໃນວັນ ຄົບຮອບ ສື່ມວນຊົນ ແລະ ສື່ສິ່ງພິມລາວ ຄົບຮອບ 70 ປີ ຕອນຫນື່ງວ່າ

ຫນ້າທີ ທີ່ 1 ຜະລິດສື່ທັມມະ ອອກສູ່ລາຍການ ວິທະຍຸ ແລະ ໂທລະພາບ ລວມທັງສື່ອອນໄລນ໌ ເວັບໄຊຕ໌ຕ່າງໆ

ຫນ້າທີ ທີ່ 2 ຈັດພິມປື້ມ ແລະ ວາລະສານ ທັມມະຂອງກັມມາທິການ

ຫນ້າທີ ທີ່ 3 ນຳສະເຫນີ ຜົນງານການເຄືອນໄຫວຂອງກັມມາທິການ ໃນແຕ່ລະວຽກງານ

ຮູບເງົາສັ້ນ ເລື່ອງ ແມ່ຂ້ອຍ ເປັນຮູບເງົາອິງທັມມະ ສົ່ງເສີມຄຸນນະທັມ ບອກເລົ່າເລື່ອງລາວ ຂອງ ປານ້ອຍ ແລະ ຄວາມຮັກຂອງຜູ້ເປັນແມ່ ທີ່ຢາກໃຫ້ລູກເປັນຄົນດີ. ແນວໃດ່ກໍ່ຕາມ ຮູບເງົາສັ້ນ ເລື່ອງນີ້ ຈະເປັນເລື່ອງທຳອິດຂອງກັມມາທິການເຜີຍແຜ່ສີລະທັມ...  ຮ່ວມກັບ ນ້ອງໆ ທີມງານ ມິດຕະພາບ ທີ່ມີຄວາມຫລົງໄຫລສາຍການຜະຫລິດ ແລະ ສີລະປະການອອກແບບ ເຊັ່ນ :

1.Thop Topsale ເຈົ້າຂອງເພຈ ຢາກໃຫ້ເບິ່ງ-yarkhaibueng  ມີຜູ້ຕິດຫລາຍກວ່າ 1,40,000 Folllowers

2.Seesouk Souvannaphongsay ເຈົ້າຂອງເພຈ Seesouk Picture ຜູ້ຕິດຕາມກວ່າ 27.000 followers

3.ແລະ ໄດ້ ແມ່ຄຳ (ຄຳພູວັນ ວັນນະຈັກ) ນັກສະແດງອາວຸໂສ ມາສະແດງ ເປັນແມ່

ແມ່ຄຳ ເຄີຍສະແດງຫນັງລາວຫລາຍເລື່ອງທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ ຮັກມະຍ່ອມມະແຍ່ມ, ບາງບົດ,Redemption ສູ່ໂລກພະທຳ ເປັນຕົ້ນ.