13/12/20 ຫວນລຳລຶກ ວັນຄ້າຍ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ
ທ່ານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920 ທີ່ສະຫວັນນະເຂດ, ມໍລະນະກຳ ວັນທີ 22 ພະຈິກ 1992 ລວມອາຍຸ ໄດ້ 72 ປີ. ທ່ານ ໄກສອນ ພົມວິຫານ ເປັນປະທານປະເທດ ແຫ່ງ ສປປ ລາວ ຄົນທີ II ໃນ ວັນ ທີ 15 ສິງຫາ 1991 ແລະ ເປັນນາຍົກລັດຖະມົນຕີ ຄົນທໍາອິດ ແຫ່ງ ສປປ ລາວ
“ຢູ່ເພື່ອຕົວ ຢູ່ຊົ່ວສິ້ນລົມ ຢູ່ເພື່ອສັງຄົມ
ຢູ່ຊົ່ວຟ້າດິນສະຫຼາຍ”
ເພື່ອລະນຶກເຖິງ ປະທານໄກສອນ
ພົມວິຫານ ວີລະຊົນຜູ້ຍິ່ງໃຫຍ່ຂອງຊາດລາວ ໃນວັນຄ້າຍວັນເກີດ ຄົບຮອບ 100 ປີ ກໍຄື ວັນທີ 13
ທັນວາ 1920-13 ທັນວາ 2020.
ເຖິງວ່າເພິ່ນຈະລ່ວງລັບຈາກເຮົາໄປແລ້ວ
ແຕ່ເພິ່ນຍັງຢູ່ໃນດວງໃຈຂອງປະຊາຊົນລາວສະເໝີ, ປະທານໄກສອນ ພົມວິຫານ ເປັນຜູ້ສ້າງຜົນງານອັນປະເສີດໄວ້ຫຼວງຫຼາຍ
ເປັນຜູ້ນໍາທີ່ໄດ້ອຸທິດຕົນ ເພື່ອພາລະກິດປະຕິວັດຂອງປະຊາຊົນລາວຢ່າງແທ້ຈິງ
ທີ່ຍັງຝັງໄວ້ໃນດວງໃຈຂອງພວກເຮົາຢ່າງບໍ່ອາດຫຼົງລືມໄດ້.ໂດຍສະເພາະຜົນງານອັນຍິ່ງໃຫຍ່
ປຽບເຫມືອນພົມ 4
ດ້ານຄື:
ພົມດ້ານທີ 1: ປະທານໄກສອນ
ພົມວິຫານ ເປັນຜູ້ກໍ່ຕັ້ງກອງລາດຊະວົງ ຊຶ່ງເປັນຕົ້ນກໍາເນີດກອງທັບປະຊາຊົນລາວ, ຍຸດທະວິທີປັບປຸງຈາກອາວຸດທີ່ຂາດເຂີນ, ກໍາລັງຂາດເຂີນ
ບົນຈິດໃຈຕໍ່ສູ້ຮັກຊາດ ການຊີ້ນໍາອັນສະຫຼາດສ່ອງໃສ
ຈົນກາຍມາເປັນກອງກໍາລັງປະກອບອາວຸດທີ່ເຂັ້ມແຂງ ແລະ ທັນສະໄໝ (ວັນທີ 20 ມັງກອນ 1949).
ພົມດ້ານທີ 2: ປະທານ ໄກສອນ ພົມວິຫານ ປະກາດສ້າງຕັ້ງພັກປະຊາຊົນລາວ (ພັກປະຊາຊົນປະຕິວັດາວປັດຈຸບັນ) ໃນວັນທີ 22 ມີນາ 1955 ເຊິ່ງເປັນພັກລັດທິມາກ-ເລນິນ ທີ່ສືບທອດມາຈາກພັກກອມມູນິດອິນດູຈີນ.ຍ້ອນມີພັກນໍາພາຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດເປັນກ້າວໆ
ພົມດ້ານທີ
3: ປະທານໄກສອນພົມວິຫານປະກາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ປະຊາຊົນບັນດາເຜົ່າລ້ວນແຕ່ສະໜັບສະໜູນລະບອບໃໝ່ຢ່າງໝົດຈິດໝົດໃຈ ໃນວັນທີ 2 ທັນວາ 1975.
ແລະ ພົມດ້ານທີ4: ປະທານໄກສອນ
ພົມວິຫານ ເປັນສະຖາປານິກ, ເປັນຜູ້ອອກແບບ ແລະ
ຈັດຕັ້ງນໍາພາປະກາດແນວທາງປ່ຽນແປງໃໝ່ຮອບດ້ານ
ທີ່ມີລັກການຂອງພັກຫັນຈາກເສດຖະກິດທໍາມະຊາດໄປສູ່ ເສດຖະກິດຜະລິດເປັນສິນຄ້າ
ສ້າງຄວາມເຂັ້ມແຂງດ້ານການຜະລິດ ແລະເປີດປະຕູເຊື່ອມໂຍງກັບສາກົນ
ເຮັດໃຫ້ຊີວິດການເປັນຢູ່ຊອງປະຊາຊົນລາວດີຂຶ້ນເປັນກ້າວໆ.
ແນວຄິດຈາກ ຈາກປື້ມ: ໄກສອນ
ພົມວິຫານພົມ ພົມ 4 ດ້ານ, ຮຽບຮຽງ: ກາບແກ້ວ ທໍາມະວົງ
ສ່ວນຄວາມຫມາຍຂອງພຣົມຕາມຫຼັກທັມທາງພຸດທະສາສນາ
ກໍ່ມີ 4 ດ້ານເຫມືອນກັນ ຄຳວ່າ ພຣົມຫວິຫາຣ ແປວ່າ ທັມຂອງພົມ ມີ 4 ປະການ
ຄື
ເມດຕາ -
ອຸດົມການເພື່ອໃຫ້ປວງປະຊາເປັນສຸກ
ກະຣຸນາ - ອຸດົມການເພື່ອໃຫ້ປວງປະຊາພົ້ນຈາກຄວາມຍາກລຳບາກ
ມຸທິຕາ - ອຸດົມການ
ຢາກເຫັນປວງປະຊາຈະເລີນ
ອຸເປກຂາ - ນິຍົມຄວາມເປັນກາງ
ບໍ່ລຳອຽງ ຍຸດຕິທັມ ທ່ຽງໝັ້ນຕໍ່ອຸດົມການ
ຮ້ອຍດວງໃຈປະຊາຊົນລາວບັນດາເຜົ່າ
ໃຫ້ຮັກຫອມສາມັກຄີເປັນປຶກແຜ່ນ ຕໍ່ສູ້ກັບຂ້າເສິກສັດຕູຢ່າງພິລະອາດຫານ
ໃຫ້ປະເທດຊາດເປັນເອກະລາດ ຮຸ່ງເຮືອງ ມີສັນຕິພາບ
ເໝືອນຜູ້ຮ້ອຍດວງດອກໄມ້ຫຼາຍສີໄວ້ໃນພວງມາລາດຽວກັນ
ແນວຄິດຄວາມຫມາຍຈາກ Singha Khai amphone
ຮູບເງົາ ຊີວິດຜົນງານ ປະທານ ໄກສອນ ພົມວິຫານ
EP 01
EP 02
0 Comments
Post a Comment