ກັມມາທິການສາທາລະນຸປະການ ແລະ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ຮ່ວມກັບ Lao Temple ຈະໄດ້ຈັດງານນິທັດສະການວ່າງສະແດງຮູບພາບວັດ ແລະ ພຸດທະສີລະປະລວດລາຍລາວ ທີ່ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ພຣະຫຼັກແກ້ວວໍລະຍານາທິບດີ
(ມະຫາເຫວດ ມະເສໄນ) ຄັ້ງຫນຶ່ງກ່າວຈຸດປະສົງການຈັດງານວາງສະແດງຮູບພາບວັດລາວວ່າ
1. "ເພື່ອເປັນການເຊີດຊູສົ່ງເສີມສີລະປະ ແລະ ວັດທະນະທຳລາວ ແລະ ພຸດທະສາສາໜາໃຫ້ຢືນຍົງສືບໄປ"
2. ເພື່ອເຜີຍແຜ່ ສີລະປະກຳ ວິຈິດຕະກຳ ສະຖາປັດຕະຍະກຳ ປະຕິມາກຳ ທີເກົ່າແກ່
ແລະຊົງຄຸນຄ່າ
3.ເພື່ອເປີດໂອກາດໃຫ້ອະນຸຊົນລຸ້ນຫລັງໄດ້ມາສຶກສາ ແລະ ມາຮຽນຮູ້ເຖີງປະຫວັດສາດຄວາມເປັນມາຂອງຊາດລາວ ແລະ ພຸດທະສາສະໜາ
4.ເພື່ອລຳລຶກນຶກເຖີງຄຸນງາມຄວາມດີຂອງບັນພະບູລຸດຂອງເຮົາໄດ້ສ້າງເອົາໄວ້
5.ເພື່ອເປັນການສົ່ງເສີມສະນັບສນະນຸຸນ ປີການທ່ອງທ່ຽວລາວ ແລະ ເພື່ອເປັນການອະນຸລັກປົກປັກຮັກສາມູນມໍລະດົກທີ່ບັນພະບູລຸດເຮົາໄດ້ເຮັດເອົາໄວ້
ເຊີ່ງນິທັດສະການວາງສະແດງຮູບພາບວັດລາວ
ທາງຄະນະໄດ້ສຶບຕໍ່ຈັດນິທັດສະການ ເປັນປີທີ 3 ແລ້ວ.ທ່ານທີ່ສົນໃຈສາມາດຮ່ວມທ່ຽວຊົມນິທັດສະການໄດ້ທີ່ວັດສະເກດ
ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຕັ້ງແຕ່ວັນທີ 25-27 ທັນວາ 2020.
0 Comments
Post a Comment