ປະກອງປະຊຸມສະຫຼຸບວຽກງານ 5 ປີ ຂອງກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ອພສ ລະຫວ່າງ ປີ 2016 - 2020 ແລະ ທິດທາງແຜນການ 5 ປີ ຕໍ່ຫນ້າ 2020-2025 ທີ່ ຫໍທັມມະສະພາຊັ້ນລຸ່ມ ວັດພຣະທາດຫຼວງເຫນືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ
ກອງປະຊຸມໃນຄັ້ງນີ້ໄດ້ຮັບຄວາມເມດຕາເປັນປະທານໂດຍພຣະຫຼັກແກ້ວມະຫາວໍລະຍານາທິບໍດີີ (ມະຫາເຫວ ມະເສໄນ)ຮອງປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ອົງຊີ້ນຳລວມ ພ້ອມດ້ວຍພຣະຍອດຄຳສຸນທະລະຍານ (ສີທົນ ໄຊຍະວົງສອນ) ຫົວຫນ້າກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານສູນກາງ ພ້ອມດ້ວຍ ພຣະຫຼັກຄຳ ພຣະຍອດ ຄຳ ແລະ ຄະນະ ພຣະເຖຣາ ນຸເຖຣະ.
ຝ່າຍຄະລາວາດໂດຍການເປັນກຽດເຂົ້າຮ່ວມຂອງ ທານ ນາງຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ,ທ່ານ ປ້າ ນາລີ ສີສຸຫລິດ, ທ່ານປ້າ ຄຳເມິງ ວໍລະຈິດ ແລະ ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນພ້ອມດ້ວຍ ບັນດາຄະນະການນຳ,ຄອບຄົວການນຳ ແລະ ແຂກທີ່ມີກຽດເຂົ້າຮ່ວມ.
ສະຫລຸບແຕ່ລະພາກສ່ວນປະກອບຄຳຄິດເຫັນ
1,ສະເຫນີໃຫ້ມີການພັດທະນານ ແລະ ຂະຍາຍບຸກຄະລາກອນໃຫ້ທົ່ວເຖີງທັງພາຍໃນແລະຕ່າງປະເທດ ໂດຍສະເພາະພາຍໃນປະເທດໃຫ້ທົ່ວທຸກແຂວງ ແລະ ສະເຫນີໃຫ້ບຸກຄະລາກອນມີຄວາມຮູ້ຄວາມສາມາດໄປພ້ອມໆກັນ
2,ຢາກໃຫ້ຈັດໂຄງການປະຕິບັດທັມ ທຸກວັນເສົາ - ອາທິດ ສຳຫລັບຄົນທີ່ມີເວລານ້ອຍ ຫລື ພັກວຽກທ້າຍອາທິດ
3, ຢາກໃຫ້ມີຮູບແບບການປະຕິບັດກັມມະຖານ ເປັນເອກະພາບ ເປັນມາດຕະຖານດ່ຽວກັນຂອງສົງລາວ ເຊີ່ງຕອນນີ້ກຳລັງລໍຖ້າຄູ່ມືຫຼັກສູດອອກມາ ຍັງເປັນພຽງທິດທາງແຜນການ ຍັງເປັນຂໍ້ຄົງຄ້າງຢູ່
4,ຢາກໃຫ້ສົມທົບກັບກະຊວງສຶກສາທິການ ເອົາຫຼັກສີນທັມ ຄຸນນະທັມ ເອົາເປັນຫຼັກສູດ ຢູ່ໃນພາກວິຊາບັງຄັບໃນໂຮງຮຽນ ໂດຍໃສ່ຊື່ວ່າ “ວິຊາຈາຣິຍະທັມ”
ຫຼັງຈາກນັ້ນ ສູນກາງອົງການພຸດທະສາສະໜາສຳພັນລາວແລະ ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ຍັງໄດ້ມອບໃບກຽດຕິຄຸນ ໃຫ້ແກ່ ສະຖານປະຕິບັດທັມແລະ ສຳນັກວັດພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ທີ່ເຄື່ອນໄຫວວຽກງານເຜີຍແຜ່ຢ່າງຕັ້ງຫນ້າແລະ ພົ້ນເດັ່ນຜ່ານມາ ແລະ ຍັງມີການມອບໃບກຽດຕິຄຸນໃຫ້ແກ່ ສັດທາ ຜູ້ທີ່ມີສ່ວນປະກອບວັດຖຸປັດໄຈຊ່ວຍວຽກງານເຜີຍແຜ່ໃນໄລຍະຜ່ານມາ
ແລະ ຜູ້ອຸປະຖັມກອງປະຊຸມສະຫຼຸບວຽກງານ 5 ປີໃນຄັ້ງນີ້.ເພື່ອຈາລຶກຄຸນງາມຄວາມດີຂອງສັດທາໄວ້ໃນບໍວອນພຸດທະສາສະໜາດ້ວຍ.
0 Comments
Post a Comment