ຊີວະປະຫວັດ,ຜົນງານ ແລະ ຊັ້ນຕ່ຳແຫນ່ງ ພຣະອາຈານ ມະຫາເຫວດ ມະເສໄນ
ສະຖານະເດີມ
ຊື່: ເຫວດ, ສາຍາ: ຈິດຕະກາໂລ, ເກີດເມື່ອວັນທີ 4 ມີນາ ພສ 2481 ຄສ 1938 ເປັນລູກຂອງ ທ້າວ ສຸລິ ມະເສໄນ ແລະ ນາງ ດວງ ມະເສໄນ, ຢູ່ບ້ານເຫຼົ່າພັດທະ ນາ, ເມືອງ ນາຫວາ, ແຂວງ ນະຄອນພະນົມ, ມີ ອ້າຍ-ເອື້ອຍນ້ອງຮ່ວມ ບິດາ-ມານດາ 08 ຄົນ ຄື: 1. ທ້າວ ປະເສີດ ມະເສໄນ. 2. ນາງ ເກດແກ້ວ 3. ນາງ ວິເສດ 4. ທ້າວ ປະເທດ ມະເສໄນ. 5. ນາງ ເດດໄທ 6. ນາງ ກຸຫຼາບ 7. ທ້າວ ດາບ ມະເສໄນ.8. ທ້າວ ພາບໄຊ ມະເສໄນ.
ປັດຈຸບັນ ພຣະອາຈານ ມະຫາເຫວດ ຈິດຕະກາໂຣ (ມະເສໄນ) ອາຍຸ 83 ປີ 63 ພັນສາ ປະຣຽນທັມ 3, ນັກທັມ ເອກ, ດຣ.ພຸດທະສາດ ບັນດິດ ກິດຕິມະສັກ, ຮອງປະທານຜູ້ປະຈໍາການ ສູນກາງ ອ.ພ.ສ, ທີ່ປຶກສາ ວິທະຍາໄລສົງອົງຕື້, ເຈົ້າອະທິການວັດ ສີສະເກດ ເຂດວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ
ການສຶກສາທາງໂລກ ແລະ ພາລະຫນ້າທີ່ ໄດ້ຮັບແຕ່ງຕັ້ງ
• ປີ 1952 ຮຽນຈົບ ປະຖົມ ບ້ານເຫຼົ່າ ພັດທະນາ, ເມືອງ ສີສົງຄາມ, ແຂວງ ນະຄອນພະນົມ. (ທີ່ບ້ານເກີດ)
• 1960 ຈົບ ມ 3 ທີ່ໂຮງຮຽນ ວັດມະຫາທາດ ເຊິງຊຸມ, ເມືອງສະກົນນະຄອນ, ແຂວງ ສະກົນນະຄອນ.
ການສຶກສາຝ່າຍທັມ
• ປີ ພ.ສ 2501 (1958) ອຸປະສົມບົດ ເປັນພຣະພິກຂຸ ຢູ່ວັດບ້ານເຫຼົ່າ ພັດທະນາ
ແລະກໍເລີ່ມຮຽນ ນັກທັມໃນປີນັ້ນ, ຈົບນັກທັມ
ຊັ້ນຕຼີ.
• ປີ ພ.ສ 2502 (1959) ຈົບນັກທັມຊັ້ນໂທ ທີ່ສໍານັກວັດ ດອນແດງ ບ້ານ ດອນແດງ ເມືອງ
ສີສົງຄາມ, ແຂວງ ນະຄອນພະນົມ.
• ປີ ພ.ສ 2503 (1960) ຈົບນັກທັມຊັ້ນເອກ ແລະ ພຣະມະຫາ 3 ປະໂຫຍກ ທີ່ສໍານັກວັດເໜືອ, ເມືອງ ສະກົນນະຄອນ, ແຂວງ ສະກົນນະຄອນ.
ປີ 1964 ເປັນຄູສອນນັກທັມ-ປາລີ, ທີ່ ວັດທັມມາວາດ ເມືອງ ວານອນວິວາດ, ແຂວງ ສະກົນນະຄອນ.
ປີ 1966-1974 ພຣະອາຈານ ໄດ້ສອນຢູ່ໂຮງຮຽນ ພຸດທະຍຸວະຊົນ ວັນອາທິດ ທີ່
ສໍານັກວັດສີສະເກດ ວິຊາ: ທັມມະ, ພຸດທະປະຫວັດ, ສາສະນະພິທີ, ວັດທະນະທັມ ແລະພາສາອັງກິດ.
ປີ ຄສ 1974-78 ເປັນຄູສອນປະຊາສຶກສາ ໃຫ້ແກ່ອອກຕົນຍາດໂຍມຊາວບ້ານ ຊຽງຍືນ.
ປີ 1982 ສອນຢູ່ ໂຮງຮຽນສ້າງຄູສົງ ຊັ້ນຕົ້ນ ວັດສະຫວ່າງ ແລະ ຊັ້ນກາງ
ວັດອົງຕື້.
1996 ພຣະອາຈານ ແຕ່ງໂຄງຮ່າງຫຼັກສູດ ວິຊາ ທັມມະປະຍຸກ, ວິຊາພຣະວິໄນບັນຍັດ, ວິໄນປິດົກ ປີທີ 1 ພຣະສູດຕັນຕະປິດົກ ປີທີ 1 ພ້ອມທັງສອນໃນວິຊາເຫຼົ່ານີ້ ເປັນເວລາ 2 ປີ ຢູ່ທີ່ວິທະຍາໄລສົງອົງຕື້.
ປີ 2000 ໄດ້ຕັ້ງໂຄງການສອນ ແລະຝຶກອົບຮົມ ພຣະທັມມະກະຖຶກ ໃຫ້ແກ່ພຣະສົງສາມະເນນ ໃນເທສະການເຂົ້າພັນສາ, ນອກຈາກນັ້ນພຣະອາຈານຫຍັງໄດ້ໄປເທສະ ໜາ ໃຫ້ອອກຕົນຍາດໂຍມ ຟັງໃນງານບຸນຕ່າງໆ ຕາມກາລະໂອກາດ, ແຕ່ສ່ວນຫຼາຍແລ້ວ ຍາມກາງພັນສາ ພຣະສົງມີການທໍາກິດຈະການຮ່ວມກັນ (ສັງຄະກັມ) ຢູ່ໃນນະຄອນ ຫຼວງ ຈະໂຮມກັນແຕ່ລະເມືອງ ແລະແຕ່ລະສິນຈະໄດ້ໝູນວຽນປ່ຽນກັນເອົາຕາມທີ່ທາງຄະນະ ອ.ພ.ສ ເມືອງ ໄດ້ກໍານົດໄວ້ຢູ່ກິດຈະກໍາ ແຕ່ລະເທື່ອນັ້ນ ຈະມີການຟັງເທດກ່ອນ ຈິງລົງອຸໂປສົດ ໃນການເທດແຕ່ລະສິນນັ້ນ ສ່ວນຫຼາຍກໍມີແຕ່ພຣະອາຈານ ເປັນຜູ້ເທດສະໜາພາລະໜ້າທີ່ ຈາກ ຄູບາອາຈານໄດ້ ມອບໝາຍໃຫ້ ແຕ່ບາງຄັ້ງ ກໍເປັນອົງເທດ ແທນພຣະອາຈານບໍ່ເຄີຍປະຕິເສດ ໃນເມື່ອທາງເຈົ້າພາບນິມົນ ກໍຂຶ້ນຫໍທັມມາດໂລດ.
ເວົ້າເລື່ອງການສຶກສາອົບຮົມ ການເຜີຍແຜ່ ພຣະອາຈານແມ່ນເອົາໃຈໃສ່ຈິງຈັງບໍ່ໄດ້ລົດລະໃນກາງພັນສາ ເມື່ອໄຫວ້ພຣະສູດມົນແລ້ວທຸກໆມື້ ພຣະອາຈານໄດ້ຝຶກຊ້ອນສູດມຸງຄຸນ-ໄຫວ້ພຣະເຊົ້າ-ແລງ ໃຫ້ແກ່ພຣະສົງສາມະເນນ ໂດຍໃຫ້ໄດ້ ແລະຖືກ ທີຄະສະຣະ ເລື່ອງນີ້ ພຣະອາຈານເພີ່ນຈະເອົາໃຈໃສ່ ເປັນພິເສດ ເລື່ອງການສູດ ການເທດ ການສຶກສາ ພຣະ-ເນນ ທີ່ມາຢູ່ໃນວັດ ສີສະເກດ ຈະຕ້ອງໄດ້ຮຽນທັງສອງວິຊາ ໝາຍວ່າຮຽນວິຊາການ ຈາກໂຮງຮຽນແລ້ວ ຍັງຈະຕ້ອງໄດ້ ຮຽນຮູ້ການຝຶກຕົນ ຄື ແບບແຜນວິທີເຮັດວຽກ ແລະຫຼັກຈະຣິຍະວັດ ຂອງ ພຣະ-ເນນ ໃນການສູດ-ເທດ ໃຫ້ຖືກຕາມ ຫຼັກພຸດທະທັມ ແລະວັດທະນະທັມ ແລະ ໄດ້ໄປເຄື່ອນໄຫວ ທັງພາຍໃນ ແລະຕ່າງປະເທດ ຫຼາຍໆປະເທດທີ່ຖືກແຕ່ງຕັ້ງໄປນໍາຄະນະ.
• ປີ 1998 ຖືກແຕ່ງຕັ້ງ ໃຫ້ເປັນປະທານຄະນະ ພ.ສ.ລ (ອ.ພ.ສ), ຕາແສງວັດຈັນ.
• ປີ1983 ໄດ້ຖືກແຕ່ງຕັ້ງ ໃຫ້ເປັນ ເຈົ້າອະທິການວັດ ສີສະເກດ.
• ປີ 1996 ເປັນ ຜູ້ຮອງອໍານວຍການ ວິທະຍາໄລສົງອົງຕື້, ຝ່າຍກິດຈະການນັກສຶກສາ.
• ປີ 1998 ເປັນຮອງຫົວໜ້າ ກັມມາທິການ ເຜີຍແຜ່ສີລະທັມ ແລະ ວິປັດສະນາ
ກໍາມະຖານ ອ.ພ.ສ.
• ປີ 2005 ເປັນ ຜູ້ອໍານວຍການ ວິທະຍາໄລສົງອົງຕື້.
• ປີ 2008 ເປັນທີ່ປຶກສາ ຂອງ ວິທະຍາໄລສົງອົງຕື້.
• ປີ 2010 ເປັນຮອງປະທານຜູ້ປະຈໍາການສູນກາງ ອ.ພ.ສ.
• 2010 ມາຮອດປັດຈຸບັນ 2021 ເປັນຮອງປະທານຜູ້ປະຈໍາການສູນກາງ ອ.ພ.ສ.
ຊີ້ນຳລວມວຽກງານກັມມາທິການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານ ສູນກາງ ອພສ.
0 Comments
Post a Comment