ເຊີ່ງຂະນະນີ້ ພຣະອາຈານ ແລະ ຄະນະລູກວັດທັງໝົດ ໄດ້ກັກຕົວຢູ່ສູນປິ່ນປົວພາຍໃນຈຸດໂຮງງານອັບເກນເດີ ທາງຂຶ້ນປ່າຊ້າຫຼວງ ທາງຂຶ້ນມະຫາວິທະຍາໄລສະຫວັນນະເຂດ.
ຟັງສຽງການໃຫ້ສຳພາດ ຂອງພຣະອາຈານ ສໍລະສິນ ຫນື່ງໃນກໍລະນີ ທີ່ໄດ້ຮັບເຊື້ອໂຄວິດ19 ສາຍພັນ ເດ້ວຕາ.
ຂໍໃຫ້ພຣະອາຈານ ສໍລະສິນ ໃສສະຫວັນ ຮອງເຈົ້າຄະນະ ນະຄອນໄກສອນພົມວິຫານ, ຫົວໜ້າຫ້ອງການບໍລິຫານງານ ອົງການພຸດທະສາດສະໜາສຳພັນລາວ ນະຄອນໄກສອນພົມວິຫານ,ເຈົ້າອາທີການວັດເພັງໂພໄຊຍາຣາມ ພ້ອມດ້ວຍຄະນະສົງ ແລະ ລູກສິດ ທີ່ແຂວງສະຫວັນນະເຂດ ຫາຍດີໄວໆ.
ແລະຂໍໃຫ້ພຣະສົງ ແລະ ພຸດທະສາສະນິກກະຊົນ ມີສະຕິບໍ່ປະຫມາດ ລະມັດລະວັງຕົວເອງໃນການໃຊ້ຊີວິດ ໃນໄລຍະການເເຜ່ ລະບາດຂອງເຊື້ອພະຍາດໂຄວິດ19 ນີ້ ນຳກັນເດີ້.
0 Comments
Post a Comment