ລັກສະນະຂອງຄູດີ ຕາມຫຼັກຄຳສອນໃນພຸດທະສາສະໜາ
ທີ່ກ່ຽວກັບຄວາມເປັນຄູ ຄຳວ່າ “ຄູ” ນີ້ ມີລັກສະນະເປັນມິດແທ້ ຄື ທ່ານໃດທີ່ຄົບຫາ
ຫຼື ເຂົ້າຫາແລ້ວເປັນເຫດໃຫ້ເກີດຄວາມດີງາມ ແລະ ຈະເລີນ ເອີ້ນວ່າເປັນ ກັນລະຍານະມິດທັມ ເຊິ່ງປະກອບດ້ວຍຫຼັກທັມ 7 ປະການດັ່ງນີ້.
1.ປິໂຍ
- ໜ້າຮັກ ເປັນທີ່ສະບາຍໃຈ
ແລະ ສະນິດສະນົມ ຊວນໃຫ້ຢາກເຂົ້າໄປປຶກສາ ໄຕ່ຖາມ
ແລະ ການທີ່ຄູຈະມີຄຸນນະທັມຂໍ້ນີ້ໄດ້ກໍ່ຄວນຕັ້ງຢູ່ໃນ
ພຣົມມະວິຫານ 4 ຄື ມີ ເມດຕາ,ກະລຸນາ,ມຸທິຕາ,ອຸເປກຂາ.
2.ຄຣຸ
- ໜ້າເຄົາລົບ ໃນຖານການປະພຶດ
ສົມຄວນແກ່ຖານະ ໃຫ້ເກີດຄວາມອົບອຸ່ນ ເປັນທີ່ເພິ່ງທາງໃຈ ແລະ ປອດໄພ, ເປັນບຸກຄົນທີ່ມີຄວາມໜັກແໜັ້ນໝັ້ນຄົງ
ດຳລົງຕົນຢູ່ໃນຄວາມດີ ບໍ່ຫວັ່ນໄຫວ ແລະ ການທີ່ຄູ ຈະມີຄຸນນະທັມຂໍ້ນີ້ໄດ້
ກໍ່ຄວນຕັ້ງຢູ່ໃນຫຼັກຂອງ ພະລະ 5 ປະການ.
3.[ພາວະນິໂຍ]
- ໜ້າຈະເລີນ ຫຼື ໜ້າຍົກຍ້ອງ
ເປັນຜູ້ທີ່ໄດ້ຮັບຄວາມຍົກຍ້ອງວ່າ ເປັນຜູ້ມີ ຄວາມຮູ້ ແລະ ພຸມປັນຍາແທ້ຈິງ
ທັງເປັນຜູ້ອົບຮົມ ແລະ ປັບປຸ່ງຕົນຢູ່ສະເຫມີ ຄວນເອົາເປັນແບບຢ່າງ ຄວນແກ່ການເຄົາລົບ.
4.[ວັດຕາ ຈະ]
- ຮູ້ຈັກເວົ້າໃຫ້ໄດ້ຜົນ
ຮູ້ຈັກຊີ້ແຈງໃຫ້ເຂົ້າໃຈ ຮູ້ວ່າເມື່ອໃດຄວນເວົ້າແນວໃດ ຄອຍໃຫ້ຄຳແນະນຳ ຕັກເຕືອນ
ເປັນທີ່ປຶກສາທີ່ດີ ເພື່ອໃຫ້ສິດມີຄວາມສາມາດ ແລະ ເປັນຄົນດີ ຄື ໃຊ້ຄວາມຮູ້ ຄວາມສາມາດໄປໃນທາງສຸດຈະລິດ
ເປັນປະໂຫຍດ ຕໍ່ຕົນເອງ ແລະ ຜູ້ອື່ນໄດ້.
5.[ວະຈະນັກໂຂ]
- ເປັນຜູ້ມີຄວາມອົດທົນຕໍ່ຖ້ອຍຄຳ
ຄື ພ້ອມທີ່ຈະຮັບຟັງຄຳປຶກສາ ອົດທົນຕໍ່ກິລິຍາ ວາຈາ ທີ່ວິພາກວິຈານ ເປັນລັກສະນະຂອງຄົນເຂັ້ມແຂງ
ຟັງໄດ້ບໍ່ເບື່ອ ບໍ່ຮ້າຍ.
6. [ຄຳພີຣັນຈະ ກະຖັງ ກັດຕາ]
-ກ່າວຖະລຳເລິກເຊີງໄດ້ ຄື
ສາມາດອະທິບາຍເຮື່ອງທີ່ຍຸ້ງຍາກຊັບຊ້ອນ ໃຫ້ເຂົ້າໃຈ ແລະ ໃຫ້ຮຽນຮູ້ເລື່ອງລາວທີ່ເລິກເຊິງຍິ່ງໆຂື້ນໄປ.
7.[ໂນ ຈັດຖາເນ ນິໂຍຊະເຍ]
- ການຮູ້ຈັກແນະນຳລູກສິດໄປໃນທາງຖືກທີ່ຄວນ ບໍ່ແນະນຳ ຫຼື ຊັກຈຸງໄປໃນທາງເຊື່ອມເສຍ.
ພຣະສັມມາສັມພຸດທະເຈົ້າ ໄດ້ຮັບຄຳຍົກຍ້ອງວ່າ ເພີ່ນຄື ພຣະບໍລົມມະຄູ ຂອງມະນຸດ ແລະ ເທວະດາ ດ້ວຍເຫດເພີ່ນສ້າງບາລະມີມາເປັນອະສົງໄຂ ລອງຜິດລອງຖືກມານັບບໍ່ຖ້ວນ ຄົ້ນຄວ້າວິຊາພົ້ນທຸກແບບວ່າເອົາຊີວິດເປັນເດີມພັນ ກວ່າຈະຊົງຄົ້ນພົບຫົນທາງໜີອອກຈາກທຸກ ຄື ການວຽນວາຍຕາຍເກີດໄດ້.
ຄຳສອນຂອງເພີ່ນ
ຈືງຖືວ່າບໍລິສຸດ ຖືກຕ້ອງ ຜ່ານປະສົບການຂອງເພີ່ນເອງ ທີ່ເກີດໆຕາຍ ມານັບຊາດບໍ່ຖ້ວນ ຈົນໃນທີ່ສຸດຂອງຊາດສຸດທ້າຍ ໄດ້ຕັດສະຮູ້ ເປັນສັບພັນຍູ ຮູ້ແຈ້ງໂລກ ເອີ້ນໄດ້ວ່າ ເປັນຄູທີ່ສາມາດອະທິບາຍເລື່ອງຂອງ “ໃຈ” ໄດ້ລະອຽດທີ່ສຸດ.
Sources:
0 Comments
Post a Comment